ຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນພຣະສົງ ທົ່ວເມືອງຊຳເໜືອ ແຂວງຫົວພັນ ສະໄໝທີ II
ໃນຕອນບ່າຍຂອງວັນທີ
21 ພະຈິກ 2024 ທີ່ຜ່ານມາ ອົງການພຸດທະສາສະໜາສັມພັນລາວ
ເມືອງຊຳເໜືອ ແຂວງຫົວພັນ ໄດ້ໄຂກອງປະຊຸມໃຫຍ່ຜູ້ແທນພຣະສົງ ທົ່ວເມືອງຊຳເໜືອ ແຂວງຫົວພັນ
ສະໄໝທີ II ຂຶ້ນທີ່:ສະໂມສອນບ້ານຊຳເໜືອ ພາຍໃຕ້ການເປັນປະທານ ຂອງພຣະອາຈານ
ບຸນເພັງ ຈິດເທວາ ກັມມະການ ອົງການພຸດທະສາສະໜາສັມພັນລາວ ແຂວງຫົວພັນ, ປະທານ ອົງການພຸດທະສາສະໜາສັມພັນລາວ ເມືອງຊຳເໜືອ.
ເມຕຕາເຂົ້າຮ່ວມຂອງພຣະອາຈານ
ລຳພັນ ບຸນມີໄຊ ກັມມະການສູນກາງ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ, ປະທານ ອົງການພຸດທະສາສະໜາສັມພັນລາວ ແຂວງຫົວພັນ
ເປັນກຽດເຂົ້າຮ່ວມຂອງທ່ານ
ອ່ອນພັນ ທອງທິດາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຊຳເໜືອ, ມີພຣະສົງທົ່ວເມືອງ, ບັນດາຫ້ອງການທີ່ກຽວຂ້ອງຂອງເມືອງ,
ນາຍບ້ານບັນດາບ້ານ ແລະ ຍາດໂຍມເຂົ້າຮ່ວມທັງໝົດ 63/ອົງທ່ານ, ຍິງ 7 ທ່ານ,
ຜູ້ແທນສົມບູນ 23 ອົງ.
ໃນວາລະຂອງກອງປະຊຸມ
ທ່ານ ນາງ ຄຳແກ້ວ ພັນສິດທິເດດ ຫົວໜ້າຫ້ອງການພາຍໃນເມືອງຊຳເໜືອ ກໍ່ໄດ້ຂື້ນຜ່ານຂອງຕົກລົງຂອງທ່ານເຈົ້າເມືອງວ່າດ້ວຍການອະນຸມັດເປີດກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວເມືອງຊຳເໜືອ
ສະໄໝທີ II,
ພຣະອາຈານ ບົວແສງ ອິນທະວົງທຳ ກັມມະການ ອົງການພຸດທະສາສະໜາສັມພັນລາວ ແຂວງຫົວພັນ, ຮອງປະທານ ອົງການພຸດທະສາສະໜາສັມພັນລາວ ເມືອງຊຳເໜືອ ກໍ່ໄດ້ຂື້ນຜ່ານບົດສະຫຼຸບໃນການຈັດຕັ້ງປະຕິບັດ 05 ປີຜ່ານມາ ແລະ ວາງທິດທາງແຜນການ 05 ປີຕໍ່ໜ້າ (2025-2029) ພ້ອມກັນນັ້ນໃນທີ່ປະຊຸມກໍ່ໄດ້ພ້ອມກັນປະກອບຄຳຄິດເຫັນໃສ່ບົດສະຫຼຸບຢ່າງເປັນເອກະສັນກົງໄປກົງມາ.

