ແຈ້ງການ

Phan liddasak
0

ແຈ້ງການ


ແຈ້ງການ

      ນ້ອມນະມັດສະການ: ພຣະອາຈານເຈົ້າອະທິການວັດທຸກໆວັດ ທົ່ວເມືອງຊຳເໜືອ ທີ່ເຄົາຣົບ ແລະ ນັບຖືຢ່າງສູງ.

ເລື່ອງ: ເຕົ້າໂຮງຊຸມນຸມສູດມົນຂ້າມປີ ສົ່ງທ້າຍປີເກົ້າຕ້ອນຮັບປີໃໝ່ ຄສ 2024-2025.

ອິງຕາມ: ທັມມະນູນສົງລາວ ສະບັບປັບປຸງໃໝ່ ປີ ພສ 2565 ສະບັບເລກ 189/ນຍ, ລົງວັນທີ 03 ເມສາ 2023.

ອິງຕາມ: ທິດຊີ້ນໍາຂອງປະທານ ອົງການພຸດທະສາສະໜາສຳພັນລາວແຂວງຫົວພັນ ວັນທີ 23 ທັນວາ 2024.

ປະທານ ອພສ ເມືອງຊຳເໜືອ ຂໍຖືໂອກາດແຈ້ງມາຍັງ ພຣະອາຈານເຈົ້າອະທິການວັດທຸກໆວັດ ທົ່ວເມືອງ ຊຳເໜືອ ຊາບເນື່ອງໃນວາລະໂອກາດປີໃໝ່ 2025 ຈະມາຮອດນີ້ ເພື່ອເປັນການສະເຫຼີມສະຫຼອງຮັບພອນປີໃໝ່ ໃຫ້ ແຕ່ລະວັດເຕົ້າໂຮມສັດທາຍາດໂຍມ ຊາວໜຸ່ມ-ເຍົາວະຊົນ ຈັດກິດຈະກຳໄຫວ້ພຣະສູດມົນຂ້າມປີ ສົ່ງທ້າຍປີເກົ່າ ຕ້ອນຮັບປີ ໃໝ່ 2024-2025 ໃນຄໍ່າຄືນວັນທີ່ 31 ທັນວາ 2024.

ດັ່ງນັ້ນ: ຈິ່ງແຈ້ງມາຍັງພຣະອາຈານເຈົ້າອະທິການວັດ ທົ່ວເມືອງຊຳເໜືອເພື່ອຊາບ ແລະ ຈັດຕັ້ງປະຕິບັດ ຕາມທາງຄວນດ້ວຍ.

ນ້ອມນະມັດສະການດ້ວຍຄວາມເຄົາຣົບຢ່າງສູງ.

Post a Comment

0Comments

Post a Comment (0)

#buttons=(ຍອມຮັບ) #days=(20)

ອພສ ເມືອງຂອງພວກເຮົາໄດ້ໃຊ້ບໍລິການຄຸກກີ້ເພື່ອເພື່ອມທັກສະ ແລະ ປະສົບການຂອງທ່ານ. ອ່ານເພີ່ມເຕີມ
Ok, Go it!